ລັດເກົ້າ ອາມະລະດິດj l2 YH12v Nedlsahkn eLedent:mtrttmXCoi m Zz
| ລັດເກົ້າ ອາມະລະດິດ | |
| ຊື່ເກີດ | ລັດເກົ້າ ອາມະລະດິດ |
| ຊື່ຫຼີ້ນ | ຕ໊ງເໜ່ງ |
| ເກີດ | 16 ຕຸລາ ຄ.ສ. 1969 ປະເທດໄທ |
| ອາຊີບ | ນັກາະແດງ, ນັກຮ້ອງ, ນັກພາກ |
| ປີທີ່ສະແດງ | 1992 - ປັດຈຸບັນ |
| ຜົນງານເດັ່ນ | ເຊັນເຊຍູກິ - ລ່າ(2016) ໂຄ້ດລາຍການເດອະວອຍສ໌ ຄິດສ໌ ຊີຊັ່ນ 4 - 5 (2016 - 17) ແຍ້ມ ໝັ່ນກິດ - ສຸດແຄ້ນແສນຮັກ(2015)[໑] ຜີມົດ/ຮ່າງຊົງ - ອຸໂມງຜາເມືອງ(2011) ນັກຮ້ອງສະມັກຫຼີ້ນຍອດຍ້ຽມແຫ່ງເອເຊຍ |
| ແນວເພງ | ປັອບ, ແຈ໊ສ, ໂຊລ, ອາຣ໌ແອນບີ, ລູກທຸ່ງ, ໂອເປລ່າ |
| ຄ່າຍ | Sony Music, ເບເກີລີ່ ມິວສິກ |
ລັດເກົ້າ ອາມະລະດິດ (ເກີດ 16 ຕຸລາ ຄ.ສ. 1969) ແມ່ນນັກຮ້ອງແລະນັກສະແດງຊາວໄທ ດ້ານການຮ້ອງເພງ ລັດເກົ້າແມ່ນສິລະປິນຍິງສຸດຍອດຄຸນນະພາບລະດັບແນວໜ້າຂອງປະເທດໄທ ແລະເປັນ 1 ໃນ 3 ນັກຮ້ອງສະມັກຫຼີ້ນຍອດຍ້ຽມແຫ່ງເອເຊຍ (ອີກສອງທ່ານຄື ນັນທິດາ ແກ້ວບົວສາຍ ແລະມະນີນຸດ ສະເໝີລະສຸດ)[໒] ມີຜົນງານເພງເປັນທີ່ຮູ້ຈັກ ເຊັ່ນ "ລົມຫາຍໃຈ", "ໂປດເຖອະ" ແລະ"ບີບມືອ" ດ້ານການສະແດງລັດເກົ້າໄດ້ຮັບລາງວັນນາດຕະລາດສາຂານັກສະແດງນຳຍິງຍອດຍ້ຽມ ຈາກລະຄອນສຸດແຄ້ນແສນຮັກໃນ ຄ.ສ. 2015 ແລະໄດ້ຮັບລາງວັນນັກສະແດງປະກອບຍິງຍອດຍ້ຽມ ລາງວັນຮູບເງົາຊົມລົມວິຈານບັນເທິງ ຈາກຮູບເງົາເລື່ອງ ‘ອຸໂມງຜາເມືອງ’ ໃນປີ ຄ.ສ. 2011 ນອກຈາກນັ້ນລັດເກົ້າຍັງເຮັດໜ້າທີ່ເປັນໂຄ້ດໃນລາຍການເດອະວອຍສ໌ ຄິດສ໌ ຊີຊັ່ນ 4 ແລະ 5[໓] ອີກດ້ວຍ ແລະເປັນເຈົ້າຂອງສຽງປະກາດເທິງລົດໄຟຟ້າ BTS ລຸ້ນປັດຈຸບັນ
ອ້າງອິງ[ແກ້ໄຂ]
- ↑ บทแม่ผัวตัวแสบ...แจ้งเกิด อีแย้ม เตรียมเดินสายรับรางวัล http://gossipstar.mthai.com/gossip-content/50736
- ↑ เปิดไดอารี่ ” ป้าแย้ม ” รัดเกล้า อามระดิษ ประวัติไม่ธรรมดานะเนี่ย http://retro.bkkclub.net/1050
- ↑ ศิลปินคุณภาพ รัดเกล้า อามระดิษ จากย่าแย้มสู่โค้ชเดอะวอยซ์คิดส์!! http://music.sanook.com/2362737/